ກ່ຽວກັບຂ້ອຍ

ຄູສອນ ທີ່ຂຽນລະບົບໄດ້ຈິງ

ບໍ່ແມ່ນແຕ່ agency ຮັບຈ້າງເຮັດເວັບ — ແຕ່ເປັນຄູສອນທີ່ໃຊ້ຄວາມຮູ້ດ້ານການພັດທະນາລະບົບ ມາຊ່ວຍທຸລະກິດແກ້ບັນຫາຈິງ ດ້ວຍ Laravel, Filament ແລະ React

ກິດຕິໄຊ ແສງທອງ (ໂຈ້)
ເລື່ອງລາວ

My Story

ຂ້ອຍຊື່ ກິດຕິໄຊ ແສງທອງ ຫຼືທີ່ຮູ້ຈັກກັນໃນຊື່ ໂຈ້ — ຄູສອນດ້ານຄອມພິວເຕີ ແລະ ນັກພັດທະນາເວັບອິດສະຫຼະ

ໜ້າທີ່ຄູສອນສອນໃຫ້ຂ້ອຍຮູ້ວິທີອະທິບາຍເລື່ອງຍາກໆໃຫ້ເຂົ້າໃຈງ່າຍ ສ່ວນວຽກພັດທະນາລະບົບ ສອນໃຫ້ຂ້ອຍຮູ້ວ່າຄວາມຮູ້ທິດສະດີຢ່າງດຽວ ບໍ່ພໍໃຫ້ລະບົບໃຊ້ງານໄດ້ຈິງ — ສອງຢ່າງນີ້ເສີມກັນ: ຂ້ອຍບໍ່ໄດ້ພຽງແຕ່ຂຽນໂຄ້ດຕາມ requirement ແຕ່ເຂົ້າໃຈບັນຫາຂອງລູກຄ້າຢ່າງແທ້ຈິງ ແລະ ອະທິບາຍທຸກຂັ້ນຕອນໃຫ້ລູກຄ້າເຂົ້າໃຈໄດ້ ບໍ່ໃຊ້ພາສາເທັກນິກທີ່ຟັງຍາກ

ຈາກປະສົບການເຮັດລະບົບໃຫ້ລູກຄ້າຈິງ — ລະບົບຫວຍ, ລະບົບໂຮງຮຽນ, ແລະ ໂຄງການອື່ນໆ — ຂ້ອຍໄດ້ຮຽນຮູ້ວ່າລະບົບທີ່ດີ ບໍ່ແມ່ນລະບົບທີ່ສວຍທີ່ສຸດ ແຕ່ແມ່ນລະບົບທີ່ແກ້ບັນຫາລູກຄ້າໄດ້ຈິງ ແລະ ຢູ່ໄດ້ດົນ

ຂ້ອຍເຮັດຫຍັງແດ່

What I Do

ສອນ

ຖ່າຍທອດຄວາມຮູ້ດ້ານຄອມພິວເຕີ ການຂຽນໂປຣແກຣມ ແລະ ການອອກແບບລະບົບ ໃຫ້ນັກຮຽນເຂົ້າໃຈແນວຄິດພື້ນຖານ ບໍ່ແມ່ນແຕ່ທ່ອງຈຳໂຄ້ດ

ພັດທະນາລະບົບ

ອອກແບບ, ພັດທະນາ ແລະ deploy ລະບົບເວັບໄຊ ແລະ ແອັບພລິເຄຊັນ ຕັ້ງແຕ່ເວັບບໍລິສັດ, ລະບົບຈັດການ, ຈົນເຖິງ e-commerce

ວິເຄາະ ແລະ ອອກແບບລະບົບ

ຮ່ວມວິເຄາະບັນຫາທຸລະກິດກັບລູກຄ້າກ່ອນລົງມືພັດທະນາ ເພື່ອໃຫ້ໄດ້ scope ທີ່ຊັດເຈນ ແລະ ລະບົບທີ່ຕອບໂຈດແທ້

ເຄື່ອງມື ແລະ ເທັກໂນໂລຊີ

Skills

Backend

PHP, Laravel, MySQL, Java

Frontend

React, Tailwind CSS, Bootstrap, HTML/CSS/JS

Admin Panel

Filament

ອອກແບບ

Photoshop, Illustrator, Animate

ເຄື່ອງມືອື່ນໆ

VS Code, NetBeans, Laragon, Claude Code

ຄວາມແຕກຕ່າງ

ເປັນຫຍັງລູກຄ້າ ເລືອກເຮັດວຽກນຳຂ້ອຍ

ຄູສອນທີ່ຂຽນລະບົບໄດ້ຈິງ

ບໍ່ແມ່ນແຕ່ agency ຮັບຈ້າງ, ຮູ້ຫຼັກການເລິກພໍທີ່ຈະສອນ ຈຶ່ງສ້າງລະບົບທີ່ຄົນໃຊ້ຈິງໄດ້

Scope ຈະແຈ້ງ

ລາຄາ ແລະ ຂອບເຂດວຽກຕົກລົງກັນກ່ອນເລີ່ມ ບໍ່ມີຄ່າໃຊ້ຈ່າຍແອບແຝງ

ຮັບປະກັນຫຼັງສົ່ງມອບ

ບໍ່ຫາຍໄປຫຼັງໂອນເງິນງວດສຸດທ້າຍ ມີຊ່ວງ warranty ຊັດເຈນ

ເໝາະກັບງົບປະມານຈິງ

ອອກແບບໃຫ້ພໍດີກັບຂະໜາດທຸລະກິດ ບໍ່ຍັດເຍຽດຟີເຈີ້ທີ່ບໍ່ຈຳເປັນ

ຕິດຕໍ່

ຢາກປຶກສາ ໂຄງການຂອງທ່ານ?

ບອກບັນຫາຫຼືແນວຄິດຂອງທ່ານ ຂ້ອຍຊ່ວຍວິເຄາະ ແລະ ແນະນຳວິທີແກ້ທີ່ເໝາະສົມ